ໃນວັນທີ 08 ທັນວາ 2022, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ ໃຫ້ການຕ້ອນຮັບ ທ່ານ ນ ມໍຣະກົດ ສິຣິສະວັດ, ເອກອັກຄະຣາຊະທູດ ແຕ່ງຕັ້ງ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເພື່ອປຶກສາຫາຫລືໃນການຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ລາວ-ໄທ ກ່ອນເດີນທາງໄປຮັບໜ້າທີ່ຢູ່ ສປປ ລາວ.
ໃນວັນທີ 09 ທັນວາ 2022, ພະນະທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດໄທ ເຂົ້າພົບກັບ ທ່ານ ຊັດໄຊ ວິຣະຍະເວດຊະກຸນ ທີ່ ກະຊວງການຕ່າງປະເທດໄທ
ໜ່ວຍພັກ ສະຖານທູດລາວ ທີ່ບາງກອກ ໄຂກອງປະຊຸມໃຫຍ່ຂອງຕົນ
ສະຖານທູດລາວ ທີ່ບາງກອກ ສະເຫລີມສະຫລອງວັນຊາດ 2 ທັນວາ
ພະນະທ່ານ ຄໍາພັນ ອັ່ນລາວັນ ເຂົ້າຖວາຍສານຕາຕັ້ງແດ່ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບ ພະບໍວະຣາງກຸນ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ໃນຄັ້ງວັນທີ 17 ມິຖຸນາ 2022.