ຕອນຄໍ່າຂອງວັນທີ 26 ທັນວາ 2022 ທີ່ບາງກອກ ປະເທດໄທ; ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈໍາຣາຊະອານາຈັກໄທ ໄດ້ຈັດພິທີສະເຫລີມສະຫລອງວັນຊາດ 2 ທັນວາ, ຄົບຮອບ 47 ປີ ດ້ວຍເນື້ອໃນອັນເລິກເຊິ່ງທາງດ້ານປະຫວັດສາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດ ລວມທັງການພົວພັນຮ່ວມມື ລາວ-ໄທ ຢ່າງຟົດຟື້ນມ່ວນຊື່ນ.
ການສະເຫຼີມສະຫຼອງວັນຊາດຄັ້ງນີ້ ແມ່ນພາຍໃຕ້ການເປັນປະທານຂອງທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຈັກໄທ ແລະ ການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພຸມມະໄລສິດ, ລັດຖະມົນຕີກະ ຊວງສາທາລະນະສຸກ ແລະ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພ້ອມນີ້ຍັງມີພະນັກງານສະຖານທູດ, ແຂກທີ່ມີກຽດທັງຊາວໄທ-ລາວ, ຕະ ຫລອດຮອດພີ່ນ້ອງຄົນໄທເຊື້ອຊາດ ແລະ ເຊື້ອສາຍລາວ, ນັກການເມືອງ, ຂ້າຣາດຊະການ, ນັກທຸລະກິດ ແລະ ຄົນຮັກແພງສະຖານທູດ ເຂົ້າຮ່ວມເກືອບ 700 ຄົນ.
ໃນໂອກາດອັນມີຄວາມໝາຍດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ຄໍາພັນ ອັ່ນລາວັນ ໄດ້ກ່າວໃນພິທີໂດຍຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຊາດ 2 ທັນວາ ຊຶ່ງໄດ້ຫວນຄືນເຖິງເສັ້ນທາງການປະຕິວັດຊາດ ປະຊາທິປະໄຕ ຂອງປະຊາຊົນລາວ ນັບຕັ້ງແຕ່ການຕໍ່ສູ້ຕ້ານການຮຸກຮານຈາກພາຍນອກຂອງບັນພະບຸລຸດລາວຫຼາຍກະສັດ ເຊັ່ນ: ພະເຈົ້າໄຊເສດຖາ, ເຈົ້າຟ້າງຸ້ມ ແລະ ເຈົ້າອານຸວົງ, ແຕ່ກໍບໍ່ສາມາດເອົາຊະນະໄດ້ ເນື່ອງຈາກການຕໍ່ສູ້ກະແຈກກະ ຈາຍ ແລະ ບໍ່ມີທິດສະດີປະຕິວັດ. ຈົນມາຮອດການນໍາພາຕໍ່ສູ້ຂອງພັກປະຊາຊົນ ປະຕິວັດລາວ ນໍາພາໃນປີ 1955 ຈຶ່ງສາມາດປົດປ່ອຍປະເທດຊາດຍາດເອົາໄຊຊະນະຈາກ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ແລະ ໄດ້ປະກາດເອກະລາດຢ່າງສົມບູນໃນວັນທີ 2 ທັນວາ 1975.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພັກ-ລັດ ໄດ້ນໍາພາປະຊາຊົນລາວບັນດາເຜົ່າປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕົ້ນຕໍແມ່ນເລັ່ງໃສ່ຮໍາບາດແຜສົງຄາມ, ລືບລ້າງຄວາມທຸກຍາກ ແລະ ພັດທະນາເສດຖະກິດ-ສັງຄົມ ຈົນພາໃຫ້ຊີວິດການເປັນຢູ່ຂອງປະ ຊາຊົນລາວບັນດາເຜົ່າດີຂຶ້ນຢ່າງບໍ່ເຄີຍມີມາກ່ອນໃນປະຫວັດສາດຊາດລາວ. ພ້ອມນີ້, ປະເທດຊາດກໍມີສະຖຽນລະພາບ, ມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ, ການຄົມມະ ນາຄົມຂົນສົ່ງໄດ້ຮັບການຍົກລະດັບ, ວັດທະນະທໍາອັນດີງາມຂອງຊາດໄດ້ຮັບການອະ ນຸລັກ. ອັນພົ້ນເດັ່ນແມ່ນການສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ, ບົດບາດຊື່ສຽງຂອງ ສປປ ລາວ ໄດ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ເຫັນໄດ້ຈາກໃນໄລຍະການແຜ່ລະບາດເຊື້ອໂຄວິດ-19 ແລະ ເກີດໄພນໍ້າຖ້ວມ ໄດ້ມີຫຼາຍປະເທດເພື່ອນມິດຍື່ນມືໃຫ້ ການຊ່ວຍເຫຼືອ ທັງຈາກປະເທດສະມາຊິກອາຊຽນ ແລະ ປະເທດເພື່ອນບ້ານໃກ້ຄຽງ, ລວມທັງຈາກຣາຊະອາ ນາຈັກໄທ.
ເວົ້າລວມ, ສປປ ລາວ ໄດ້ດໍາເນີນນະໂຍບາຍຕ່າງປະເທດອັນສະເໜີຕົ້ນສະເໝີປາຍ, ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ບົນຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ບໍ່ແຊກແຊງເຂົ້າກິດຈະກໍາພາຍໃນຂອງກັນ ແລະ ກັນ. ປະຈຸບັນ ສປປ ລາວ ມີສາຍພົວພັນການທູດກັບ 148 ປະເທດ, ມີສໍານັກຕາງໜ້າການທູດໃນ 41 ປະເທດ.
ຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ຕະຫຼອດ 47 ປີ ຜ່ານມາ ໄດ້ນໍາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວທັງຊາດ. ດັ່ງ ນັ້ນ, ຂໍສັນລະເສີນຄຸນງາມຄວາມດີນັກຮົບປະຕິວັດທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາ ຊົນຢ່າງສຸດອົກສຸດໃຈ ແລະ ຂໍອວຍພອນແດ່ການ ນໍາພັກ ແລະ ລັດ ຈົ່ງໝັ້ນຍືນ, ສາຍພົວພັນ ລາວ-ໄທ,ໄທ-ລາວ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດໄປ.
ໃນພິທີສະເຫລີມສະຫລອງວັນຊາດໃນປີນີ້ ຍັງໄດ້ຈັດໃຫ້ມີການສະແດງສິລະປະຂອງພີ່ນ້ອງຄົນໄທ ເຊື້ອສາຍລາວ, ເຊັ່ນ: ລາວພວນ, ລາວໄຕດໍາ, ລາວວຽງ, ລາວຄັ່ງ, ລາວງ້ຽວ ຢ່າງມ່ວນຊື່ນ, ເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ. ນອກນີ້, ບາງຊົມລົມ ແລະ ນັກທຸລະກິດທັງລາວ ແລະ ໄທ ຍັງມີການວາງສະແດງອາຫານທີ່ຫຼາກຫຼາຍຂອງທ້ອງຖິ່ນໃຜລາວ ແລະ ຜະລິດຕະພັນຫັດຖະກໍາລາວ.
ພ້ອມນີ້, ສະຖານທູດ ຍັງໄດ້ຈັດການແຂ່ງຂັນ Golf ການກຸສົນ ເພື່ອະນໍາເອົາລາຍໄດ້ໄປຊ່ວຍເຫຼືອປະຊາຊົນຜູ້ທີ່ີປະສົບໄພພິບັດນໍ້າຖ້ວມຢູ່ລາວ ຊຶ່ງນັກກິລາທີ່ເປັນນັກການເມືອງ ແລະ ນັກທຸລະກິດ ເຂົ້າຮ່ວມທັງໝົດ 16 ກ້ວນ.
ໃນ ວັນທີ 12 ກັນຍາ 2018 ນີ້, ຢູ່ທີ່ບາງກອກ ຣາຊະອານາຈັກໄທ; ທ່ານ ແສງ ສຸຂະທິວົງ, ເອກອັກ ຄະລັດຖະທູດແຫ່ງ ສ ປ ປ ລາວ ປະຈໍາລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ທ່ານ Nguyen Hai Bang , ເອກອັກຄະລັດຖະທູດແຫ່ງ ສສ. ຫວຽດນາມ ປະຈໍາລາຊະອານາຈັກໄທ ເນື່ອງ ໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 73 ປີ (2 ກັນຍາ 1945-2 ກັນຍາ 2018)