ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Law Project
Lao Government
UN
Lao PDR Trade Portal

ພິທີທອດຜ້າປ່າສາມັກຄີມິດຕະພາບ ລາວ-ໄທ ທີ່ ວັດພຸນ້ຳຮ້ອນ , ເມືອງ ດ່ານຊ້າງ, ແຂວງ ສຸພັນບູລີ, ຣາຊະອານາຈັກໄທ ໃນວັນທີ 21 ເມສາ 2019

(ຈາກຊ້າຍໄປຂວາ) ທ່ານ ເຈົ້າເມືອງດ່ານຊ້າງ, ທ່ານ ນິມິດ ວັນໄຊທະນະວົງ, ຜູ້ວ່າຣາຊະການຈັງຫວັດສຸພັນບູລີ, ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ແລະ ທ່ານ ຫຽມ ພົມມະຈັນ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ.

ຄະນະນຳກະຊວງການຕ່າງປະເທດ ເຂົ້າຮ່ວມສະເຫຼີມສະຫຼອງປີໄໝ່ລາວ ພ.ສ 2562 ທີ່ ສະຖານທູດລາວປະຈຳຣາຊະອານາຈັກໄທ

ໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບວັນຂຶ້ນປີໃໝ່ ພ.ສ 2562, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ທີ່ ບາງກອກ ໄດ້ຈັດງານພິທີສະເຫຼີມສະຫຼອງປີໃໝ່ລາວຂຶ້ນ​ ໃນວັນທີ 11 ເມສາ 2019,​ ໂດຍເປັນກຽດເຂົ້າຮ່ວມຂອງ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ; ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ; ປະທານສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ; ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ແລະ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມດ້ວຍພັນລະຍາ; ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ຂອນແກ່ນ; ເຈົ້າໜ້າທີ່ສໍານັກພະຣາຊະວັງ; ບັນດາແຂກທີ່ມີກຽດ ທັງພາກລັດ ແລະ ເອກະຊົນ ລວມທັງຊຸມຊົນ ລາວ-ໄທ ເຂົ້າຮ່ວມຢ່າງຫລວງຫລາຍ.
ໃນໂອກາດອັນເປັນສິລິມົງຄຸນ ແລະ ສະຫງ່າລາສີນີ້, ສະຖານເອກອັກຄະລັດຖະທູດ ໄດ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີ ໂດຍຈັດພິທີຕັກບາດ, ບາສີສູ່ຂວັນໃຫ້ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ອວຍໄຊໃຫ້ພອນໂຊກດີປີໃໝ່ເຊິ່ງກັນ ແລະ ກັນ. ພິທີດັ່ງກ່າວ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວອວຍພອນປີໃໝ່ ແລະ ອວຍພອນວັນຄ້າຍວັນເກີດແດ່ ສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຈົ່ງມີພະກະເສມສຳຣານຍິ່ງຍືນນານ, ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆ ແລະ ຮ່ວມກັນຊົມການສະແດງສິລະປະຕ່າງໆ ຈາກຄະນະສິລະປະທັງ ລາວ ແລະ ໄທ.

 

ສະຖານທູດລາວທີ່ບາງກອກ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບຄົບຮອບ 70 ປີ

ໃນຕອນບ່າຍວັນທີ 11 ມັງກອນ 2019 ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ບາງກອກ,ຣາຊະອານາຈັກໄທ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີ, ໂດຍແມ່ນທ່ານ ພັນເອກ ດາວໄກ ເລີດລີວັນ, ທີ່ປຶກສາທູດຝ່າຍທະຫານ, ມີທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ, ພະນັກງານສະຖານທູດ, ຕາງໜ້ານັກສຶກສາລາວທີ່ພວມຮໍ່າຮຽນຢູ່ໃນປະເທດໄທເຂົ້າຮ່ວມລວມທັງໝົດ 40 ກວ່າຄົນ.
ທ່ານ ພັນເອກ ດາວໄກ ເລີດລີວັນ,ໄດ້ຫວນຄືນປະຫວັດຄວາມເປັນມາ, ທາດແທ້ ແລະ ມູນເຊື້ອອັນພິລະອາດຫານຂອງ ກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກໃນໄລຍະ 70 ປີທີ່ຜ່ານມາ, ເປັນຕົ້ນແມ່ນເອກະສານຄວາມເປັນມາ ແລະ ປະຫວັດ ສາດແຫ່ງການກໍາເນີດຂອງກອງທັບປະຊາຊົນລາວ; ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ; ບາງບັ້ນຮົບທີ່ພົ້ນເດັ່ນໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ແລະ ອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນບັນດາຜົນງານ ແລະ ໄຊຊະນະໃນແຕ່ລະໄລຍະ, ກໍ່ຄືວິລະກຳອັນລ້ຳເລີດອົງອາດກ້າຫານຂອງກອງທັບປະຊາຊົນລາວ ເຊິ່ງມູນເຊື້ອດັ່ງກ່າວໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ນາຍ ແລະ ພົນທະຫານໃນກອງທັບປັດຈຸບັນ ເພື່ອເຝິກຝົນຫຼໍ່ຫຼອມຕົນເອງ ແລະ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງກາຍເປັນກອງທັບທີ່ມີແບບແຜນທັນສະໄໝ. ທ່ານ ພັນເອກ ດາວໄກ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ, ມີຄວາມຮູ້ບຸນຄຸນຕໍ່ນັກປະຕິວັດອາວຸໂສ, ປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ທີ່ຊາດມອບໝາຍໃຫ້.
ໃນ​ໂອ​ກາດມີ​ຄຳ​ເຫັນ​ຕໍ່​ພິ​ທີ​ອັນ​ມີ​ຄວາມ​ໝາຍນີ້, ທ່ານ ແສງ ສູຂະທິວົງ ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງ​ຍໍ້​ຊົມ​ເຊີຍ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜົນ​ງານ​ ແລະ ພາ​ລະ​ກິດອັນ​ໃຫ່​ຍ​ຫຼວງ​ທີ່ກອງ​ທັບ​ປະ​ຊາ​ຊົນ​ລາວ ​ຍາດ​ມາ​ໄດ້​ໃນ​ໄລ​ຍະ 70 ປີ​ຜ່ານ​ມາ. ​ທ່ານ​ກ່າວ​ວ່າກອງ​ທັບ​ປະ​ຊາ​ຊົນ​ລາວບໍ່​ວ່າ​ໃນ​ຍາມ​ສົງ​ຄາມ ກໍ່​ຄື​ໄລ​ຍະ​ປົກ​ປັກ​ຮັກ ແລະ ສ້າງ​ສາປະ​ເທດ​ຊາດ​ແມ່ນ​ໄດ້​ປະ​ກອບ​ສ່ວນອັນ​ສຳ​ຄັນ​ເພື່ອ​ນຳ​ຄວາມ​ຈະ​ເລີນ​ຮຸ່ງ​ເຮື່ອງ ແລະ ຄວາມສີ​ວິ​ໄລ​ມາ​ສູ່​ປະ​ເທດ​ຊາດ.
ໃນໂອກາດຈັດຕັ້ງບັ້ນສະເຫລີມສະຫລອງມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີນີ້, ສະຖານທູດລາວທີ່ບາງກອກ ຍັງໄດ້ຈັດການອອກແຮງງານລວມໝູ່,ແຂ່ງຂັນກິລາຫລາຍປະເພດ ເຊັ່ນ: ຕີດອກປີກໄກ່, ແລະ ເປຕັງ ຢ່າງຄຶກຄຶ້ນມ່ວນຊື່ນ ເຕັມໄປດ້ວຍບັນຍາດກາດແຫ່ງຄວາມສາມັກຄີ ແລະ ມີຄວາມໝາຍອັນເລິກເຊິ່ງ ບັນລຸໄດ້ຈຸດປະສົງເປົ້າໝາຍເປັນຢ່າງດີ.

ບົດຂ່າວອື່ນໆ

Lao Government
70 years
40 years
a
ຈຳນວນຜູ້ເຂົ້າຊົມ
28660
ມື້ນີ້235
ມື້ວານ421
ອາທິດນີ້1036
ເດືອນນີ້5491