ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Law Project
Lao Government
UN
Lao PDR Trade Portal

ປະມວນພາບການເຄື່ອນໄຫວຮັບເຄື່ອງບໍລິຈາກ ເພື່ອຊ່ວຍເຫຼືອຜູ້ປະສົບອຸທົກກະໄພເຂື່ອນເຊປຽນ-ເຊນ້ຳນ້ອຍ, ເມືອງສະໜາມໄຊ, ແຂວງອັດຕະປື

 

ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຣາຊະອານາຈັກໄທ ໄດ້ເປີດສຳນັກງານສະຖານທູດ ທີ່ບາງກອກນັບຕັ້ງແຕ່ ວັນທີ 25 ກໍລະກົດ - 9 ສິງຫາ ເພື່ອໃຫ້ພີ່ນ້ອງຊາວໄທ ແລະ ຜູ້ມີຈິດໃຈອົບເອື້ອອາລີ ໄດ້ບໍລິຈາກປັດໃຈ ແລະ ວັດຖຸສິງຂອງຕ່າງໆ ພ້ອມທັງສົ່ງກຳລັງໃຈໃຫ້ແກ່ພີ່ນ້ອງຊາວລາວຜູ້ທີ່ປະສົບຈາກເຫດການ ເຂື່ອນແຕກທີ່ເຂື່ອນເຊປຽນ-ເຊນ້ຳນ້ອຍ, ເມືອງສະໜາມໄຊ, ແຂວງອັດຕະປື ຄັ້ງວັນທີ 23 ກໍລະກົດ, 2018. ນີ້ແມ່ນບາງຮູບພາບທີ່ພີ່ນ້ອງຊາວໄທໄດ້ແບ່ງນ້ຳໃຈໃຫ້ແກ່ປະຊາຊົນລາວ, ໂດຍສະເພາະຊາວເມືອງສະໜາມໄຊ

ໃນວັນທີ 26.7.2018 ທ່ານທູດ ແລະ ຄະນະຮັບການບໍລິຈາກ ຂອງຄະນະມູນນິທິປໍເຕັກຕືງ

ການຊ່ວຍເຫຼືອໃນນາມ ມ່ອມເຈົ້າ ອຸບົນລັດ, ພະອົງສົມສາວະລີ ແລະ ພະອົງພາ, ທູດວາຕີກັນ, ທ່ານ ອະພິສິດ ເວດຊາຊິວະ, ສະຖານີໂທລະພາບຊ່ອງວັນ, ບໍລິສັດນ້ຳມັນບາງຈາກແຫ່ງປະເທດໄທ ແລະ ກຸ່ມບໍລິສັດ  TCT ກະທິງແດງ.

 

ວັນທີ 27.7.2018 ທ່ານທູດ ແລະ ຄະນະຮັບການບໍລິຈາກ ຂອງຄະນະບໍລິສັດນ້ຳສີອຸໄລພານິດ, ຄະນະຫ້າງສັບພະສິນຄ້າສະຫຍາມພາລາກອນ

 

 

ທີ 28.7.2018 ທ່ານທູດ ແລະ ຄະນະຮັບການບໍລິຈາກ ຂອງຄະນະເລຂາທິການ ສະມາຄົມ ມິດຕະພາບໄທ-ລາວ, ມູນນິທິເຈດສະດາເຕັກນິກມິວຊຽມລົດບູຮານ

ທີ 29.7.2018 ທ່ານທູດ ແລະ ຄະນະຮັບການບໍລິຈາກ ຂອງຄະນະມູນນິທິວັດທຳມະກາຍ

ທີ 30.7.2018 ທ່ານທູດ ແລະ ຄະນະຮັບພົບປະ ແລະ ຮັບບໍລິຈາກຂອງ ຄະນະທ່ານ ບັນຍັດ ຄຳສີ, ຄະນະສົງ ແລະ ຊົມລົມລາວວຽງ

 

31.7.2018 ທ່ານທູດ ແລະ ຄະນະພົບປະ ແລະ ຮັບບໍລິຈາກຂອງ ຄະນະບໍລິສັດທົນບູລີເຣວແຄຣ, ບໍລິສັດຫຼັກຊັບແຫ່ງປະເທດໄທ, ຊ່ອງວັນ 31, ບໍລິສັດໄທເວບເວີເຣດຈຳກັດ, ແລະ ສະພາອຸດສະຫະກຳ ແຫ່ງປະເທດໄທ.

 

 

ວັນທີ 01.8.2018 ທ່ານທູດ ແລະ ຄະນະສືບຕໍ່ ຮັບບໍລິຈາກຂອງ ຄະນະຄົນໄທເຊືອສາຍລາວ ແລະ ຄະນະສົງ.

 

 

 ວັນທີ 02.8.2018 ທ່ານທູດ ແລະ ຄະນະສືບຕໍ່ ຮັບບໍລິຈາກຂອງ ຄະນະທະນາຄານທະນາຊາດ, ວິທະຍາໄລປ້ອງກັນຣາຊະອານາຈັກ, ຄະນະວິທະຍາການຜູ້ນຳໄທ-ຈີນ, ທະນາຄານໄທພານິດ  SCB, ມະຫາວິທະຍາໄລມະຫິດົນ, ທຳມະຊາດ, ກຸ່ມຄົນເຊື້ອສາຍລາວ, ສະມາຄົມວິເທດພານິດໄທ-ຈີນ, ຜູ້ວ່າການເຄຫະແຫ່ງປະເທດໄທ ແລະ ຮ່ວມງານຄອນເສີດທີ່ສະຖາບັນເຕັກໂນໂລຊີ ພະຈອມເກົ້າເຈົ້າຄຸນ ທະຫານລາດກະບັງ ຮ່ວມກັບສະມາຄົມໄທ-ລາວ ເພື່ອມິດຕະພາບ

 

 

 

 

 

ບົດຂ່າວອື່ນໆ