ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Law Project
Lao Government
UN
Lao PDR Trade Portal

ພະນະທ່ານ ແສງ ສຸຂະທິວົງ ເຂົ້າຍື່ນສານຕາຕັ້ງແດ່ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບ ພະບໍວະຣາງກຸນ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອານາຈັກໄທ ໃນຄັ້ງວັນທີ 07 ທັນວາ 2018.

ໃນຕອນບ່າຍຂອງວັນທີ 7 ທັນວາ 2018, ທ່ານ ແສງ ສຸຂະທິວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງບາງກອກ.

ໃນໂອກາດເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ຣາຊະການທີ 10, ທ່ານ ແສງ ສຸຂະທິວົງ ໄດ້ກ່າວສະແດງຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອານາຈັກໄທ, ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຮີດຄອງປະເພນີ, ວັດທະນະທຳ, ພາສາ ແລະ ການດຳລົງຊີວິດທີ່ຄ້າຍຄືກັນ. ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ເອກອັກຄະລັດຖະທູດລາວ ໄດ້ນໍາເອົາ​ຄວາ​ມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດຂອງ ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ, ປະທານ​ປະ​ເທດ ​ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ພັນ​ລະ​ຍາ ທີ່​ສົ່ງ​ເຖິງ ສົມ​ເດັດ​ພະ​ເຈົ້າ​ຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບ ພະຍະວະຣາງກູນ ແລະ ພະ​ບໍຣົມວົງສາ​ນຸວົງທຸກ​ພະ​ອົງ ຈົ່ງ​ມີສຸຂະພາບເຂັ້ມແຂງ ແລະ ມີພະລານາໄມສົມບູນຍິ່ງ​ຍືນນານ.

ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ, ສະແດງຄວາມອົກຂອບໃຈຕໍ່ຄຳອວຍພອນອັນອົບອຸ່ນ ແລະ ຄວາມປາຖະໜາດີຂອງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ແລະ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງພະລານາໄມຍິ່ງຍືນນານ. ຂໍໃຫ້ປະເທດລາວ ແລະ ປວງຊົນຊາວລາວ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ. ໄທ ແລະ ລາວ ເປັນເພື່ອນບ້ານໃກ້ຄຽງ ແລະ ສາມາດໄປມາຫາສູ່ກັນໄດ້ສະດວກສະບາຍ ແລະ ອວຍພອນໃຫ້ທ່ານທູດລາວປະຕິບັດໜ້າທີ່ ດ້ວຍຄວາມສະບາຍໃຈຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງຢູ່ໃນປະເທດໄທ ໂດຍສົມເດັດ ແລະ ທາງການໄທຈະໃຫ້ການສະໜັບສະໜູນ ແລະ ການຮ່ວມມືຊ່ວຍເຫຼືອຢ່າງເຕັມທີ່.

ໃນຖານະເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ແສງ ສຸຂະທິວົງ ໄດ້ຢືນຢັນວ່າຈະທຸ່ມເທທຸກຄວາມພະຍາຍາມ ແລະ ຈະປະຕິ ບັດໜ້າທີ່ຈົນຄວາມສາມາດຂອງຕົນ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດທີ່ມີມາແລ້ວນັ້ນ ໃຫ້ມີການຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ ເພີ່ມສູງຂຶ້ນເລື້ອຍໆ.

ບົດຂ່າວອື່ນໆ

Lao Government
70 years
40 years
a
ຈຳນວນຜູ້ເຂົ້າຊົມ
34789
ມື້ນີ້183
ມື້ວານ293
ອາທິດນີ້1413
ເດືອນນີ້5619