ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Law Project
Lao Government
UN
Lao PDR Trade Portal

ສະຖານທູດລາວທີ່ບາງກອກ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບຄົບຮອບ 70 ປີ

ໃນຕອນບ່າຍວັນທີ 11 ມັງກອນ 2019 ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ບາງກອກ,ຣາຊະອານາຈັກໄທ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີ, ໂດຍແມ່ນທ່ານ ພັນເອກ ດາວໄກ ເລີດລີວັນ, ທີ່ປຶກສາທູດຝ່າຍທະຫານ, ມີທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ, ພະນັກງານສະຖານທູດ, ຕາງໜ້ານັກສຶກສາລາວທີ່ພວມຮໍ່າຮຽນຢູ່ໃນປະເທດໄທເຂົ້າຮ່ວມລວມທັງໝົດ 40 ກວ່າຄົນ.
ທ່ານ ພັນເອກ ດາວໄກ ເລີດລີວັນ,ໄດ້ຫວນຄືນປະຫວັດຄວາມເປັນມາ, ທາດແທ້ ແລະ ມູນເຊື້ອອັນພິລະອາດຫານຂອງ ກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກໃນໄລຍະ 70 ປີທີ່ຜ່ານມາ, ເປັນຕົ້ນແມ່ນເອກະສານຄວາມເປັນມາ ແລະ ປະຫວັດ ສາດແຫ່ງການກໍາເນີດຂອງກອງທັບປະຊາຊົນລາວ; ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ; ບາງບັ້ນຮົບທີ່ພົ້ນເດັ່ນໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ແລະ ອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນບັນດາຜົນງານ ແລະ ໄຊຊະນະໃນແຕ່ລະໄລຍະ, ກໍ່ຄືວິລະກຳອັນລ້ຳເລີດອົງອາດກ້າຫານຂອງກອງທັບປະຊາຊົນລາວ ເຊິ່ງມູນເຊື້ອດັ່ງກ່າວໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ນາຍ ແລະ ພົນທະຫານໃນກອງທັບປັດຈຸບັນ ເພື່ອເຝິກຝົນຫຼໍ່ຫຼອມຕົນເອງ ແລະ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງກາຍເປັນກອງທັບທີ່ມີແບບແຜນທັນສະໄໝ. ທ່ານ ພັນເອກ ດາວໄກ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ, ມີຄວາມຮູ້ບຸນຄຸນຕໍ່ນັກປະຕິວັດອາວຸໂສ, ປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ທີ່ຊາດມອບໝາຍໃຫ້.
ໃນ​ໂອ​ກາດມີ​ຄຳ​ເຫັນ​ຕໍ່​ພິ​ທີ​ອັນ​ມີ​ຄວາມ​ໝາຍນີ້, ທ່ານ ແສງ ສູຂະທິວົງ ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງ​ຍໍ້​ຊົມ​ເຊີຍ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜົນ​ງານ​ ແລະ ພາ​ລະ​ກິດອັນ​ໃຫ່​ຍ​ຫຼວງ​ທີ່ກອງ​ທັບ​ປະ​ຊາ​ຊົນ​ລາວ ​ຍາດ​ມາ​ໄດ້​ໃນ​ໄລ​ຍະ 70 ປີ​ຜ່ານ​ມາ. ​ທ່ານ​ກ່າວ​ວ່າກອງ​ທັບ​ປະ​ຊາ​ຊົນ​ລາວບໍ່​ວ່າ​ໃນ​ຍາມ​ສົງ​ຄາມ ກໍ່​ຄື​ໄລ​ຍະ​ປົກ​ປັກ​ຮັກ ແລະ ສ້າງ​ສາປະ​ເທດ​ຊາດ​ແມ່ນ​ໄດ້​ປະ​ກອບ​ສ່ວນອັນ​ສຳ​ຄັນ​ເພື່ອ​ນຳ​ຄວາມ​ຈະ​ເລີນ​ຮຸ່ງ​ເຮື່ອງ ແລະ ຄວາມສີ​ວິ​ໄລ​ມາ​ສູ່​ປະ​ເທດ​ຊາດ.
ໃນໂອກາດຈັດຕັ້ງບັ້ນສະເຫລີມສະຫລອງມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີນີ້, ສະຖານທູດລາວທີ່ບາງກອກ ຍັງໄດ້ຈັດການອອກແຮງງານລວມໝູ່,ແຂ່ງຂັນກິລາຫລາຍປະເພດ ເຊັ່ນ: ຕີດອກປີກໄກ່, ແລະ ເປຕັງ ຢ່າງຄຶກຄຶ້ນມ່ວນຊື່ນ ເຕັມໄປດ້ວຍບັນຍາດກາດແຫ່ງຄວາມສາມັກຄີ ແລະ ມີຄວາມໝາຍອັນເລິກເຊິ່ງ ບັນລຸໄດ້ຈຸດປະສົງເປົ້າໝາຍເປັນຢ່າງດີ.

ບົດຂ່າວອື່ນໆ

Lao Government
70 years
40 years
a
ຈຳນວນຜູ້ເຂົ້າຊົມ
34718
ມື້ນີ້112
ມື້ວານ293
ອາທິດນີ້1342
ເດືອນນີ້5548