ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Law Project
Lao Government
UN
Lao PDR Trade Portal

ສະຖານເອກອັກຄະລັດທູດ ສປປ ລາວ ປະຈໍາປະເທດໄທ ສະ​ເຫລີ​ມສະຫລອງ​ວັນຊາດ 2 ທັນວາ ຄົບຮອບ 43 ປີ

ຕອນຄໍ່າຂອງວັນທີ 30 ພະຈິກ 2018 ທີ່ຜ່ານມານີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈໍາຣາຊະອານາຈັກໄທ ທີ່ບາງກອກ ໄດ້ຈັດ​ພິທີສະ​ເຫຼີມສະຫຼອງ​ວັນຊາດ 2 ທັນວາ, ຄົບຮອບ 43 ປີ​ ຂຶ້ນຢ່າງຄຶກຄື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ອັນເລິກເຊິ່ງ ໂດຍການ​ເປັນ​ປະ ທານຂອງທ່ານ ແສງ ສຸຂະທາວົງ, ເອກອັກຄະລັດຖະທູດ ແຫ່ງ ສ ປ ປ ລາວ ປະຈໍາຣາຊະອານາຈັກໄທ, ມີພະນັກງານສະຖານທູດ, ແຂກທີ່ມີກຽດທັງຊາວໄທ-ລາວ ຕະຫລອດຮອດພີ່ນ້ອງຄົນໄທເຊື້ອສາຍລາວ ເຂົ້າຮ່ວມ 300 ກວ່າຄົນ.
ບາງຕອນທີ່ສຳຄັນຂອງ ທ່ານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຊາດ 2 ທັນວາ; ຕະຫລອດໄລຍະ 43 ປີຜ່ານມາ, ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະ ຕິວັດລາວ; ລັດຖະບານ ແລະ ປະຊາຊົນລາວ ໄດ້ສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດອັນໄດ້ຮັບຜົນສໍາເລັດເປັນກ້າວໆຜ່ານມາ. ພ້ອມນີ້ກໍ່ໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນໃນບາງດ້ານ, ຕະຫລອດ 1 ປີຜ່ານມາໃນການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີຄັ້ງ 8.
ທ່ານ ໄດ້ກ່າວເຖິງຄວາມສໍາພັນ ລາວ-ໄທ ສໍາຄັນຕອນໜຶ່ງວ່າ  ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໃນວັນທີ 19 ທັນວາ 1950. ນັບແຕ່ເວລານັ້ນເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ, ເຊິ່ງເປັນບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແເດນຕິດຈອດກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ, ມີຮີດຄອງປະເພນີ, ວັດທະນະທຳ, ພາສາ, ສາດສະໜາ ແລະ ວິຖີຊີວິດຄ້າຍຄືກັນມາແຕ່ບູຮານນະການນັ້ນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສອງຝ່າຍໄດ້ແລກປ່ຽນການຢ້ຽມຢາມສັນຖະວະໄມຕີຊຶ່ງກັນແລະກັນ ໃນລະດັບປະມຸກລັດ, ສະພາແຫ່ງຊາດ, ລັດຖະບານ, ນັກທຸລະກິດ ແລະ ປະຊາຊົນກັບປະຊາຊົນ. ນອກຈາກນັ້ນ ທັງສອງປະເທດຍັງມີກົນໄກການຮ່ວມມືສອງຝ່າຍເຊັ່ນ: ຄະນະກຳມາທິການວ່າດ້ວຍການຮ່ວມມືລາວ-ໄທ, ຄະນະກຳມາທິການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ຄະນະກຳມາທິການຊາຍແດນຮ່ວມ ລາວ -ໄທ, ການພົບປະລະຫວ່າງແຂວງ-ຈັງຫວັດຊາຍແດນ ລາວ-ໄທ, ການພົບປະບໍ່ເປັນທາງການຂອງລັດຖະບານ ລາວ-ໄທ, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ. ພ້ອມດຽວກັນນັ້ນ ກໍໄດ້ມີການໄປ-ມາຫາສູ່ກັນ ລະຫວ່າງປະຊາຊົນຕາມແນວຊາຍແດນຂອງທັງສອງປະເທດ ເພື່ອຮ່ວມກັນສະຫຼອງບຸນປະເພນີ, ງານວັດທະນະທຳ, ງານທອດກະຖິນ, ຜ້າປ່າສາມັກຄີ ແລະ ກິດຈະກຳອື່ນໆ, ເຊິ່ງທັງໝົດນີ້ ໄດ້ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນດີງາມທີ່ມີມາແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນທັງໃນຮູບການສັງຄົມ ແລະ ການສ້າງສາພັດທະນາປະເທດ.
      ທ່ານ ກ່າວວ່າ: ເຖິງປີ 2018 ນີ້, ການລົງທຶນຂອງໄທຢູ່ ສປປ ລາວ ມີທັງໝົດ 672 ໂຄງການ ຮວມມູນຄ່າ 6.3 ຕື້ໂດລາ ສະຫະລັດ; ສະເພາະ 6 ເດືອນຕົ້ນປີ 2018 ມີມູນຄ່າ 287.1 ລ້ານໂດລາ ສະຫະລັດ. ສຳລັບການຄ້າສອງຝ່າຍມີມູນຄ່າ 6.2 ຕື້ໂດລາ ສະຫະລັດ. ປັດຈຸບັນ ລະຫວ່າງສອງປະເທດ ລາວ ແລະ ໄທ ມີຂົວມິດຕະພາບແລ້ວ 4 ແຫ່ງ ແລະ ມີແຜນຈະສ້າງຕື່ມອີກ 2 ແຫ່ງ. 
ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍັງໄດ້ຕ່າງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ ພະບໍຣົມມະຫາຣາຊະວັງ, ລັດຖະບານ, ສະພານິຕິບັນຍັດ, ບັນດາບໍລິສັດທຸລະກິດ, ສື່ມວນຊົນ, ນັກສິລະປິນ ແລະ ປວງຊົນຊາວໄທທຸກຖ້ວນໜ້າທີ່ໄດ້ສົ່ງພະລັງຈິດ, ກຳລັງໃຈ, ວັດຖຸ-ປັດໃຈ ແລະ ອື່ນໆ ເພື່ອປະກອບສ່ວນກັບລັດຖະບານ ສປປ ລາວ ຊ່ວຍກອບກູ້ ແລະ ຟື້ນຟູຊີວິດຈິດໃຈຂອງຊາວເມືອງສະ ໜາມໄຊ ທີ່ປະສົບກັບບັນຫາເຂື່ອນແຕກໃນທ້າຍເດືອນກໍລະກົດ 2018ໃຫ້ກັບຄືນມາດຳລົງຊີວິດຢູ່ໃນສັງຄົມຢ່າງເປັນປົກກະຕິຕໍ່ໄປ.
ໃນ​ພິ​ທີສະເຫລີມສະຫລອງວັນຊາດໃນປີນີ້ ຍັງໄດ້ຈັດໃຫ້ມີການສະແດງສິລະປະຂອງພະນັກງານສະຖານທູດ, ນັກສຶກສາລາວ ຮຽນຢູ່ປະເທດໄທ, ການປະກອບສ່ວນສະແດງຟ້ອນພື້ນເມືອງ, ຫມໍລໍາ ແລະ ຮ້ອງເພງຂອງພີ່ນ້ອງຄົນໄທເຊື້ອ ສາຍລາວ, ເຊັ່ນ: ໄຕຊົງດໍາ, ຊາວຜູ້ໄທໂລກ ແລະ ລາວຄັ່ງ, ຢ່າງມ່ວນຊື່ນ ເຊິ່ງເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີດີງາມແຕ່ຕົ້ນຕະຫລອດປາຍ.

 

 

 

 

ບົດຂ່າວອື່ນໆ