ອອກແຮງ ແຂ່ງຂັນສ້າງຜົນງານ ເພື່ອຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ! ຢ່າງຕັ້ງໜ້າ !          ຊົມເຊີຍວັນການທູດລາວ ຄົບຮອບ 70 ປີ 12 ຕຸລາ 1945 - 12 ຕຸລາ 2015 ຢ່າງສຸດໃຈ! ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ          ຊົມເຊີຍ! ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ 2 ທັນວາ 1975- 2 ທັນວາ 2015          ອອກແຮງຮ່ວມກັນເສີມຂະຫຍາຍມູນເຊື້ອອັນດີງາມ ເພື່ອກະກຽມເປັນປະທານໝູນວຽນອາຊຽນ ໃນປີ 2016
a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Law Project
Lao Government
UN
Lao PDR Trade Portal

ທ່ານ ​ແສງ​ ສຸຂະ​ທິວົງ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະ​ຈໍາຣາຊະ​ອານາຈັກ​ໄທ ​ແລະ ຄະນະ ​ໄດ້​ເຂົ້າ​ຢ້ຽມ​ຄໍານັບ ທ່ານ ພົນ​ຕໍາຫຼວດ​ເອກ ອັດ​ຊະ​ວິນ ຂວັນ​ເມືອງ, ຜູ້​ວ່າຣາຊະ​ການ​ກຸງ​ເທບ​ມະຫາ​ນະຄອນ

ການ​ເຂົ້າ​ຢ້ຽມ​ຄໍາ​ນັບ ​ແລະ ພົບ​ປະ​ກັບ ທ່ານ ພົນ​ຕໍາຫຼວດ​ເອກ ອັດ​ຊະ​ວິນ ຂວັນ​ເມືອງ, ຜູ້​ວ່າຣາຊະ​ການ​ກຸງ​ເທບ​ມະຫາ​ນະຄອນ ​ໃນ​ວັນ​ທີ 20 ທັນວາ 2018 ທີ່ ນໍາ​ນັກ​ງານ​ຜູ້​ວ່າຣາຊະ​ການ​ກຸງ​ເທບ​ມະຫາ​ນະຄອນ (ຫຼັງ​ໃໝ່) ​ເຂດ​ດິນ​ແດງ.
ໃນ​ຕອນ​ບ່າຍ​ຂອງວັນ​ທີ 20 ທັນວາ 2018, ທີ່ສໍານັກງານ​ຜູ້​ວ່າຣາຊະ​ການ​ກຸງ​ເທບ​ມະຫາ​ນະຄອນ​ຫຼັງ​ໃໝ່ ​ເຂດ​ດິນ​ແດງ, ທ່ານ ​ແສງ​ ສຸຂະ​ທິວົງ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະ​ຈໍາຣາຊະ​ອານາຈັກ​ໄທ ​ແລະ ຄະນະ ​ໄດ້​ເຂົ້າ​ຢ້ຽມ​ຄໍານັບ ທ່ານ ພົນ​ຕໍາຫຼວດ​ເອກ ອັດ​ຊະ​ວິນ ຂວັນ​ເມືອງ, ຜູ້​ວ່າຣາຊະ​ການ​ກຸງ​ເທບ​ມະຫາ​ນະຄອນ ພາຍຫຼັງ​ທີ່​ໄດ້​ມີ​ການ​ຢືນ​ສານ​ຕາ​ຕັ້ງ​ຕໍ່ ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ຣາຊະ​ການ​ທີ 10. ​ສອງ​ຝ່າຍ​ໄດ້​ມີ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ລະຫວ່າງ​ກັນ​ກ່ຽວ​ກັບ​ການ​ພົວພັນ ​ແລະ ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ລາວ ​ແລະ ​ໄທ ​ໂດຍ​ສະ​ເພາະ​ການ​ສືບ​ຕໍ່​​ເສີມຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ນະຄອນຫຼວງ​ດ້ວຍ​ກັນ ກໍ​ຄື​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ກຸງ​ເທບ​ມະຫາ​ນະຄອນ ​ໃຫ້​ຂະຫຍາຍຕົວ​ສູງ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່ໜ້າ. ​ໃນ​ໂອກາດ​ນີ້, ສະຖານ​ເອກ​ອັກຄະ​ລັດຖະທູດ ​ແລະ ສໍານັກງານ​ຜູ້​ວ່າຣາຊະ​ການ​ກຸງ​ເທບ​ມະຫາ​ນະຄອນ ​ໄດ້​ຮ່ວມ​ຫຼີ້ນກິລາ​ບານ​ເຕະ​ມິດຕະພາບ ​ເພື່ອຮັດ​ແໜ້ນ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະຖານທູດ ​ແລະ ສໍານັກງານ​ຜູ້​ວ່າຣາຊະ​ການ​ກຸງ​ເທບ​ມະຫານ​ນະຄອນ ດ້ວຍ​ບັນຍາກາດ​​ເບີກບານ ມ່ວນ​ຊື່ນ.

ພະນະທ່ານ ແສງ ສຸຂະທິວົງ ເຂົ້າຍື່ນສານຕາຕັ້ງແດ່ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບ ພະບໍວະຣາງກຸນ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອານາຈັກໄທ ໃນຄັ້ງວັນທີ 07 ທັນວາ 2018.

ໃນຕອນບ່າຍຂອງວັນທີ 7 ທັນວາ 2018, ທ່ານ ແສງ ສຸຂະທິວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງບາງກອກ.

ໃນໂອກາດເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ຣາຊະການທີ 10, ທ່ານ ແສງ ສຸຂະທິວົງ ໄດ້ກ່າວສະແດງຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອານາຈັກໄທ, ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຮີດຄອງປະເພນີ, ວັດທະນະທຳ, ພາສາ ແລະ ການດຳລົງຊີວິດທີ່ຄ້າຍຄືກັນ. ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ເອກອັກຄະລັດຖະທູດລາວ ໄດ້ນໍາເອົາ​ຄວາ​ມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດຂອງ ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ, ປະທານ​ປະ​ເທດ ​ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ພັນ​ລະ​ຍາ ທີ່​ສົ່ງ​ເຖິງ ສົມ​ເດັດ​ພະ​ເຈົ້າ​ຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບ ພະຍະວະຣາງກູນ ແລະ ພະ​ບໍຣົມວົງສາ​ນຸວົງທຸກ​ພະ​ອົງ ຈົ່ງ​ມີສຸຂະພາບເຂັ້ມແຂງ ແລະ ມີພະລານາໄມສົມບູນຍິ່ງ​ຍືນນານ.

ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ, ສະແດງຄວາມອົກຂອບໃຈຕໍ່ຄຳອວຍພອນອັນອົບອຸ່ນ ແລະ ຄວາມປາຖະໜາດີຂອງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ແລະ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງພະລານາໄມຍິ່ງຍືນນານ. ຂໍໃຫ້ປະເທດລາວ ແລະ ປວງຊົນຊາວລາວ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ. ໄທ ແລະ ລາວ ເປັນເພື່ອນບ້ານໃກ້ຄຽງ ແລະ ສາມາດໄປມາຫາສູ່ກັນໄດ້ສະດວກສະບາຍ ແລະ ອວຍພອນໃຫ້ທ່ານທູດລາວປະຕິບັດໜ້າທີ່ ດ້ວຍຄວາມສະບາຍໃຈຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງຢູ່ໃນປະເທດໄທ ໂດຍສົມເດັດ ແລະ ທາງການໄທຈະໃຫ້ການສະໜັບສະໜູນ ແລະ ການຮ່ວມມືຊ່ວຍເຫຼືອຢ່າງເຕັມທີ່.

ໃນຖານະເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ແສງ ສຸຂະທິວົງ ໄດ້ຢືນຢັນວ່າຈະທຸ່ມເທທຸກຄວາມພະຍາຍາມ ແລະ ຈະປະຕິ ບັດໜ້າທີ່ຈົນຄວາມສາມາດຂອງຕົນ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດທີ່ມີມາແລ້ວນັ້ນ ໃຫ້ມີການຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ ເພີ່ມສູງຂຶ້ນເລື້ອຍໆ.

ສະຖານເອກອັກຄະລັດທູດ ສປປ ລາວ ປະຈໍາປະເທດໄທ ສະ​ເຫລີ​ມສະຫລອງ​ວັນຊາດ 2 ທັນວາ ຄົບຮອບ 43 ປີ

ຕອນຄໍ່າຂອງວັນທີ 30 ພະຈິກ 2018 ທີ່ຜ່ານມານີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈໍາຣາຊະອານາຈັກໄທ ທີ່ບາງກອກ ໄດ້ຈັດ​ພິທີສະ​ເຫຼີມສະຫຼອງ​ວັນຊາດ 2 ທັນວາ, ຄົບຮອບ 43 ປີ​ ຂຶ້ນຢ່າງຄຶກຄື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ອັນເລິກເຊິ່ງ ໂດຍການ​ເປັນ​ປະ ທານຂອງທ່ານ ແສງ ສຸຂະທາວົງ, ເອກອັກຄະລັດຖະທູດ ແຫ່ງ ສ ປ ປ ລາວ ປະຈໍາຣາຊະອານາຈັກໄທ, ມີພະນັກງານສະຖານທູດ, ແຂກທີ່ມີກຽດທັງຊາວໄທ-ລາວ ຕະຫລອດຮອດພີ່ນ້ອງຄົນໄທເຊື້ອສາຍລາວ ເຂົ້າຮ່ວມ 300 ກວ່າຄົນ.
ບາງຕອນທີ່ສຳຄັນຂອງ ທ່ານເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຊາດ 2 ທັນວາ; ຕະຫລອດໄລຍະ 43 ປີຜ່ານມາ, ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະ ຕິວັດລາວ; ລັດຖະບານ ແລະ ປະຊາຊົນລາວ ໄດ້ສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດອັນໄດ້ຮັບຜົນສໍາເລັດເປັນກ້າວໆຜ່ານມາ. ພ້ອມນີ້ກໍ່ໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນໃນບາງດ້ານ, ຕະຫລອດ 1 ປີຜ່ານມາໃນການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີຄັ້ງ 8.
ທ່ານ ໄດ້ກ່າວເຖິງຄວາມສໍາພັນ ລາວ-ໄທ ສໍາຄັນຕອນໜຶ່ງວ່າ  ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໃນວັນທີ 19 ທັນວາ 1950. ນັບແຕ່ເວລານັ້ນເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ, ເຊິ່ງເປັນບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແເດນຕິດຈອດກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ, ມີຮີດຄອງປະເພນີ, ວັດທະນະທຳ, ພາສາ, ສາດສະໜາ ແລະ ວິຖີຊີວິດຄ້າຍຄືກັນມາແຕ່ບູຮານນະການນັ້ນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສອງຝ່າຍໄດ້ແລກປ່ຽນການຢ້ຽມຢາມສັນຖະວະໄມຕີຊຶ່ງກັນແລະກັນ ໃນລະດັບປະມຸກລັດ, ສະພາແຫ່ງຊາດ, ລັດຖະບານ, ນັກທຸລະກິດ ແລະ ປະຊາຊົນກັບປະຊາຊົນ. ນອກຈາກນັ້ນ ທັງສອງປະເທດຍັງມີກົນໄກການຮ່ວມມືສອງຝ່າຍເຊັ່ນ: ຄະນະກຳມາທິການວ່າດ້ວຍການຮ່ວມມືລາວ-ໄທ, ຄະນະກຳມາທິການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ຄະນະກຳມາທິການຊາຍແດນຮ່ວມ ລາວ -ໄທ, ການພົບປະລະຫວ່າງແຂວງ-ຈັງຫວັດຊາຍແດນ ລາວ-ໄທ, ການພົບປະບໍ່ເປັນທາງການຂອງລັດຖະບານ ລາວ-ໄທ, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ. ພ້ອມດຽວກັນນັ້ນ ກໍໄດ້ມີການໄປ-ມາຫາສູ່ກັນ ລະຫວ່າງປະຊາຊົນຕາມແນວຊາຍແດນຂອງທັງສອງປະເທດ ເພື່ອຮ່ວມກັນສະຫຼອງບຸນປະເພນີ, ງານວັດທະນະທຳ, ງານທອດກະຖິນ, ຜ້າປ່າສາມັກຄີ ແລະ ກິດຈະກຳອື່ນໆ, ເຊິ່ງທັງໝົດນີ້ ໄດ້ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນດີງາມທີ່ມີມາແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນທັງໃນຮູບການສັງຄົມ ແລະ ການສ້າງສາພັດທະນາປະເທດ.
      ທ່ານ ກ່າວວ່າ: ເຖິງປີ 2018 ນີ້, ການລົງທຶນຂອງໄທຢູ່ ສປປ ລາວ ມີທັງໝົດ 672 ໂຄງການ ຮວມມູນຄ່າ 6.3 ຕື້ໂດລາ ສະຫະລັດ; ສະເພາະ 6 ເດືອນຕົ້ນປີ 2018 ມີມູນຄ່າ 287.1 ລ້ານໂດລາ ສະຫະລັດ. ສຳລັບການຄ້າສອງຝ່າຍມີມູນຄ່າ 6.2 ຕື້ໂດລາ ສະຫະລັດ. ປັດຈຸບັນ ລະຫວ່າງສອງປະເທດ ລາວ ແລະ ໄທ ມີຂົວມິດຕະພາບແລ້ວ 4 ແຫ່ງ ແລະ ມີແຜນຈະສ້າງຕື່ມອີກ 2 ແຫ່ງ. 
ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍັງໄດ້ຕ່າງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ ພະບໍຣົມມະຫາຣາຊະວັງ, ລັດຖະບານ, ສະພານິຕິບັນຍັດ, ບັນດາບໍລິສັດທຸລະກິດ, ສື່ມວນຊົນ, ນັກສິລະປິນ ແລະ ປວງຊົນຊາວໄທທຸກຖ້ວນໜ້າທີ່ໄດ້ສົ່ງພະລັງຈິດ, ກຳລັງໃຈ, ວັດຖຸ-ປັດໃຈ ແລະ ອື່ນໆ ເພື່ອປະກອບສ່ວນກັບລັດຖະບານ ສປປ ລາວ ຊ່ວຍກອບກູ້ ແລະ ຟື້ນຟູຊີວິດຈິດໃຈຂອງຊາວເມືອງສະ ໜາມໄຊ ທີ່ປະສົບກັບບັນຫາເຂື່ອນແຕກໃນທ້າຍເດືອນກໍລະກົດ 2018ໃຫ້ກັບຄືນມາດຳລົງຊີວິດຢູ່ໃນສັງຄົມຢ່າງເປັນປົກກະຕິຕໍ່ໄປ.
ໃນ​ພິ​ທີສະເຫລີມສະຫລອງວັນຊາດໃນປີນີ້ ຍັງໄດ້ຈັດໃຫ້ມີການສະແດງສິລະປະຂອງພະນັກງານສະຖານທູດ, ນັກສຶກສາລາວ ຮຽນຢູ່ປະເທດໄທ, ການປະກອບສ່ວນສະແດງຟ້ອນພື້ນເມືອງ, ຫມໍລໍາ ແລະ ຮ້ອງເພງຂອງພີ່ນ້ອງຄົນໄທເຊື້ອ ສາຍລາວ, ເຊັ່ນ: ໄຕຊົງດໍາ, ຊາວຜູ້ໄທໂລກ ແລະ ລາວຄັ່ງ, ຢ່າງມ່ວນຊື່ນ ເຊິ່ງເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີດີງາມແຕ່ຕົ້ນຕະຫລອດປາຍ.

 

 

 

 

ບົດຂ່າວອື່ນໆ

Lao Government
70 years
40 years
a
ຈຳນວນຜູ້ເຂົ້າຊົມ
34723
ມື້ນີ້117
ມື້ວານ293
ອາທິດນີ້1347
ເດືອນນີ້5553